ເພງ: #ລືມ #Luem
ສິນລະປິນ: ແຊນນາລີ
ແຕ່ງໂດຍ: ແຊນ, ຊຽງ, ດ່ອນ
ເນື້ອເພງ:
ນ້ອງລືມອ້າຍແລ້ວບໍ່ ຕົ້ມປາຄໍ່ລວກຜັກຈໍ້າແຈ່ວ
ປາເຂັງດີ້ນແດ່ວແດ່ວ ອ້າຍຈັບແລ້ວເອົາມາເຮັດແລງ
ນ້ອງລືມອ້າຍລະຕີ້ ກິ່ນຫອຍຈີ່ດົມແລ້ວມີແຮງ
ຫາໜໍ່ໄມ້ມາແກງ ຕໍາແມງແຄງຢູເທິງຖຽງນາ
ເຄີຍໄປຫຼິ້ນດ້ວຍກັນ ກ່ອນນັ້ນຂ້ອຍຍັງຈໍາໄດ້
ເຮົາເຄີຍພາກັນໄປ ແຍ່ໄຂ່ມົດແດງໃນປ່າ
ແຊັດວິດີໂອຄໍໄປ ເຈົ້າລືມແລ້ວບໍ່ການດາ
ມືດຈົນບໍ່ເຫັນໜ້າຂ້ອຍຍັງບອກເຈົ້າໃຫ້ເປີດໄຟ
ວັນບຸນເຂົ້າພັນສາ ທີ່ເຮົາສັນຍາສາບານ
ຈົວເສີດເປັນພະຍານ ຄວາມຮັກຂອງເຮົາສອງຄົນ
ຈະບໍ່ລືມວັນນັ້ນ ເຖິງຄືນວັນຈະຜ່ານພົ້ນ
ທຸກເທົ່າໃດບໍ່ສົນ ຈະທົນຮັກກັນຕະຫຼອດໄປ
ນ້ອງລືມອ້າຍແລ້ວບໍ່ ຕົ້ມປາຄໍ່ລວກຜັກຈໍ້າແຈ່ວ
ປາເຂັງດີ້ນແດ່ວແດ່ວ ອ້າຍຈັບແລ້ວເອົາມາເຮັດແລງ
ນ້ອງລືມອ້າຍລະຕີ້ ກິ່ນຫອຍຈີ່ດົມແລ້ວມີແຮງ
ຫາໜໍ່ໄມ້ມາແກງ ຕໍາແມງແຄງຢູເທິງຖຽງນາ
ຄວາມຮູ້ສຶກທີ່ມີ ວັນນີ້ກັບຈືດຈາງໄປ
ຢາກຕີຕົວຫ່າງໄກ ເຈົ້າລືມຫຼືໃດຄົນດີ
ຫຼືວ່າເຈົ້າມີໃໝ່ ຈຶ່ງບໍ່ສົນໃຈສັນຍາທີ່ມີ
ໄດ້ຊິມສະປາເກັດຕີ້ ແລ້ວລືມຂົ້ວໝີ່ບ້ານເຮົາ
ເຈົ້າລືມຮັກເຄີຍຫວານ ເຈົ້າລືມວັນວານທີ່ເຮົາຮັກກັນ
ລືມຄວາມສໍາພັນກ່ອນນັ້ນທີ່ເຄີຍສັນຍາ
ລືມຄືນວັນຮ່ວມສຸກ ທີ່ເຮົາຮ່ວມທຸກຢູ່ເທິງຖຽງນາ
ຄືນຝົນຕົກຟ້າຜ່າ ຍັງສົ່ງແມັດເຊັຈມາຫາກັນ
ລາລາລາ.....
ໂອໂຮໂອ.....
ນ້ອງລືມອ້າຍແລ້ວບໍ່ ຕົ້ມປາຄໍ່ລວກຜັກຈໍ້າແຈ່ວ
ປາເຂັງດີ້ນແດ່ວແດ່ວ ອ້າຍຈັບແລ້ວເອົາມາເຮັດແລງ
ນ້ອງລືມອ້າຍລະຕີ້ ກິ່ນຫອຍຈີ່ດົມແລ້ວມີແຮງ
ຫາໜໍ່ໄມ້ມາແກງ ຕໍາແມງແຄງຢູເທິງຖຽງນາ
Vocal by #Sanaly
Lyrics by Sanaly, Mr.DoOoNe, Xieng Jungmankue
Beat by Sanaly
Arranged by Sanaly
Mixed by Sanaly
Video Editor by Sanaly
Cameraman by Doddina